วันพุธที่ 29 มีนาคม พ.ศ. 2560
วันอาทิตย์ที่ 26 มีนาคม พ.ศ. 2560
วันพฤหัสบดีที่ 23 กุมภาพันธ์ พ.ศ. 2560
ໂຄງຮ່າງບ໋ອກເກີ
ໂຄງຮ່າງ ປະຫວັດຄວາມເປັນມາ
1. ຄວາມເປັນມາຂອງກຸ່ມພົງສະຫວັນ.
ກຸ່ມບໍລິສັດພົງສະຫວັນ ເປັນກຸ່ມບໍລິສັດເອກະຊົນ ທີ່ປະສົບຜົນສໍາເລັດ ໃນວຽກງານການດໍາເນີນທຸລະກິດໃນຫຼາກຫຼາຍຂະແໜງ. ໃນໄລຍະ 30 ກວ່າປີທີ່ຜ່ານມາ, ທ່ານ ອ໋ອດ ພົງສະຫວັນ, ປະທານກຸ່ມບໍລິສັດພົງສະຫວັນ ໄດ້ປະກອບກິດຈະການຄ້າຂາຍພາຍໃນປະເທດ ເປັນຕົ້ນແມ່ນ ໄດ້ປະກອບກິດຈະການປ້ຳນ້ຳມັນ, ບໍລິສັດ ສະຫວັນຮຸ່ງເຮືອງຂາອອກ-ຂາເຂົ້າ ຈຳກັດ ເພື່ອເກັບຊື້ເຄື່ອງປ່າຂອງດົງ ແລະ ໄມ້ແປຮູບ ເພື່ອສົ່ງອອກ ແລະ ມີການນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເພື່ອສະໜອງໃຫ້ປະຊາຊົນພາຍໃນແຂວງສະຫວັນນະເຂດ.
ໃນໄລຍະຕໍ່ມາຂອງຊຸມປີ 1980 ທ່ານໄດ້ເລີ່ມປະກອບກິດຈະການຂຸດຄົ້ນໄມ້, ສ້າງໂຮງເລື້ອຍຫຼາຍແຫ່ງ ແລະ ຜະລິດໄມ້ສຳເລັດຮູບ ຈຳນວນຫຼາຍສິບພັນແມັດກ້ອນຕໍ່ປີ, ມີມູນຄ່າຫຼາຍສິບລ້ານໂດລາສະຫະລັດ ເພື່ອສົ່ງອອກໄປຍັງປະເທດຕ່າງໆໃນຂົງເຂດອາຊີຕາເວັນຕົກສ່ຽງໃຕ້ ເຊັ່ນ ປະເທດໄທ, ໄຕ້ຫວັນ, ຮົງກົງ, ສິງກະໂປ, ຫວຽດນາມ, ກຳປູເຈຍ ແລະ ປະເທດອື່ນໆ.
ມາຮອດປີ 1995, ທ່ານເປັນນັກທຸລະກິດຄົນທຳອິດທີ່ໄດ້ລິເລີ່ມສ້າງຕັ້ງບໍລິສັດ ພົງສະຫວັນສະໜອງອຸປະກອນໂທລະຄົມ ຢູ່ ກຳແພງນະຄອນວຽງຈັນ ເພື່ອເປັນຕົວແທນຈຳໜ່າຍວິທະຍຸສື່ສານຍີ່ຫໍ້ Icom, Panasonic, Phillips ແລະ Motorola ຢູ່ປະເທດລາວ
ຈາກນັ້ນ, ລະຫວ່າງປີ 1997-2001 ໄດ້ສ້າງຕັ້ງບໍລິສັດ ໄພບູນການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ບໍລິສັດ ທອງສະຫວັນຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ໂຮງແຮມພົງສະຫວັນ ແລະ ບໍລິສັດ ພົງສະຫວັນ ກໍ່ສ້າງຈຳກັດ ພາຍໃຕ້ຊື່ຂອງ ກຸ່ມບໍລິສັດ ພົງສະຫວັນ.
ໃນວັນທີ 04 ມີນາ 2008 ທະນາຄານພົງສະຫວັນໄດ້ຮ່ວມລົງນາມເຊັນສັນຍາການຮ່ວມມືວ່າດ້ວຍການຊະລະເງິນຂ້າມພົມແດນກັບທະນາຄານພັດທະນາຊົນນະບົດ ສ.ສ. ຫວຽດນາມ ຖືວ່າເປັນການລົງນາມຄັ້ງປະຫວັດສາດຂອງ 2 ປະເທດອ້າຍນ້ອງ ລາວ-ຫວຽດນາມ ໂດຍການລົງນາມຄັ້ງນີ້ກໍ່ເພື່ອເລັ່ງໃຫ້ການດຳເນີນທຸລະກຳດ້ານການຄ້າລະຫວ່າງຫົວໜ່ວຍທຸລະກິດ ແລະ ພໍ່ຄ້າຂາວຂາຍຢູ່ບໍລິເວນເຂດລາວບາວ ແລະ ດ່ານການຄ້າສາກົນແດນສະຫວັນມີຄວາມວ່ອງໄວ ທັງເປັນການປັບປຸງ ແລະ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືໃນຂົງເຂດການທະນາຄານສາກົນ ແລະ ຈະເປັນການເພີ່ມທະວີແກ່ການພັດທະນາສອງປະເທດທັງເປັນການເປີດການໃຫ້ບໍລິການແລກປ່ຽນເງິນຕາລະຫວ່າງສະກຸນເງິນກີບ ແລະ ສະກຸນເງິນດົງຜ່ານສອງທະນາຄານ.
ໃນເດືອນກໍລະກົດ 2010, ຖືເປັນປະກົດການໃໝ່ຂອງອາຊຽນ ເມື່ອທະນາຄານພົງສະຫວັນ ຈຳກັດ ສາມາດຮ່ວມມືກັບທະນາຄານອຸດສາຫະກຳ ແລະ ການຄ້າແຫ່ງຊາດ ສປປ ຈີນ ໃນການຍົກລະດັບ ແລະ ປ່ຽນແປງການເຮັດທຸລະກຳການເງິນທີ່ສະດວກວ່ອງໄວຍິ່ງຂຶ້ນ ແລະ ທັງເຮັດໃຫ້ໄດ້ຮັບຜົນປະໂຫຍດຮ່ວມກັນລະຫວ່າງນັກທຸລະກິດຜູ້ຊົມໃຊ້ ແລະ ທະນາຄານຜູ້ໃຫ້ບໍລິການ.
ທະນາຄານພົງສະຫວັນ ຈໍາກັດ ໄດ້ຮັບເປັນກຽດເຂົ້າເປັນສະມາຊິກຢ່າງເປັນທາງການ ຈາກ 2 ອົງການບັດທີ່ມີຊື່ສຽງໃນໂລກ (ຈາກສະມາຄົມບັດວີຊ້າ ໃນວັນທີ 03 ເດືອນຕຸລາ ປີ 2007 ແລະ ຈາກອົງການບັດມາສເຕີ້ຄາດ ໃນວັນທີ 03 ເດືອນ ສິງຫາ ປີ 2009). ພວກເຮົາປະສົບຄວາມສໍາເລັດໃນການດໍາເນີນການບໍລິການ ເພື່ອຮັບບັດວີຊ້າ ແລະ ມາສເຕີ້ຄາດ (Acquiring) ໃນທ້າຍ ເດືອນມັງກອນ ປີ 2010 ແລະ ພ້ອມທັງສືບຕໍ່ດໍາເນີນໂຄງການກ່ຽວກັບທຸລະກິດການອອກບັດ (Issuing) ແລະ ສາມາດເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 06 ເມສາ 2011 ເຊິ່ງເປັນສູນບັດສາກົນແຫ່ງທຳອິດໃນ ສປປ ລາວ
ໃນວັນທີ 24 ກຸມພາ 2012, ທະນາຄານພົງສະຫວັນ ຈຳກັດ ໄດ້ຈັດພິທີເຊັນສັນຍາ ແລະ ເປີດໂຕການໃຫ້ບໍລິການເຊື່ອມຕໍ່ລະບົບບັດເອທີເອັມກັບທະນາຄານກຸງເທບ ຈຳກັດ ມະຫາຊົນ (ປະເທດໄທ) ຢ່າງເປັນທາງການ ແລະ ສໍາເລັດຢ່າງຈົບງາມ ເຊິ່ງໄດ້ເອື້ອອໍານວຍຄວາມສະດວກໃຫ້ແກ່ການໄປກົດຖອນເງິນ ແລະ ກວດຍອດເງິນຢູ່ຕູ້ເອທີເອັມຂອງທະນາຄານກຸງເທບໄດ້.
ໃນວັນທີ 16 ພະຈິກ 2012, ທະນາຄານພົງສະຫວັນ ຈຳກັດ ໄດ້ເຊັນສັນຍາກັບບໍລິສັດ JCB INTERNATIONAL(JCBI) ແຫ່ງປະເທດຍີ່ປຸ່ນ ທີ່ເປັນບໍລິສັດສູນກາງການຊຳລະສະສາງສາກົນພຽງແຫ່ງດ່ຽວໃນປະຈຸບັນນີ້ໃນປະເທດຍີ່ປຸ່ນ, ເພື່ອຮັບ ແລະ ອອກບັດພາຍໃຕ້ເຄື່ອງໝາຍການຄ້າຂອງ JCB ຢູ່ໃນ ສປປ ລາວ ເຊິ່ງແມ່ນທະນາຄານແຫ່ງທຳອິດໃນລາວທີ່ຈະອອກບັດພາຍໃຕ້ເຄື່ອງໝາຍການຄ້າຂອງ JCB.
ໃນວັນທີ 19 ພະຈິກ 2012 ທະນາຄານພົງສະຫວັນ ຈຳກັດ ໄດ້ຮັບໃບຢັ້ງຢືນມາດຖານລະບົບການຈັດການດ້ານຄຸນນະພາບ ISO 9001:2008 ຈາກບໍລິສັດ Transpacific Certifications Limited ເຊີ່ງເປັນໃບຢັ້ງຢືນສະແດງເຖິງ ການບໍລິຫານການຄຸ້ມຄອງບໍລິຫານທຸລະກິດ ຕາມມາດຖານສາກົນໃຫ້ແກ່ລູກຄ້າ ເຊິ່ງໄດ້ເນັ້ນເຖິງການປັບປຸງຄຸນນະພາຍໃນທຸລະກິດ, ມີສ່ວນດີໃຫ້ແກ່ການປັບປຸງການລົງທຶນປັບປຸງສ່ວນແບ່ງຕະຫຼາດໃຫ້ດີຂື້ນ ເຮັດໃຫ້ຍອດຂາຍສີນຄ້າເພີ່ມຂຶ້ນ.
สมัครสมาชิก:
บทความ (Atom)




