ການບໍລີການ

ບໍລິການເງິນຝາກ

ໂຄງສ້າງຂອງບັນຊີເງິນຝາກປະຫຍັດ

1) ຄຸນລັກສະນະຂອງບັນຊີ

ບັນຊີເງິນຝາກປະຫຍັດຂອງທະນາຄານພົງສະຫວັນ ເປັນບັນຊີທ້ອນເງິນປະເພດໜຶ່ງ ທີ່ຊ່ວຍທ່ານໃນການທ້ອນເງິນ ເພື່ອຄວາມຕ້ອງການໃຊ້ເງິນຂອງທ່ານໃນອະນາຄົດ ເຊິ່ງມັນບໍ່ພຽງເປັນການຮັກສາເງິນຂອງທ່ານເທົ່ານັ້ນ ແຕ່ຍັງຊ່ວຍທ່ານທ້ອນເງິນແຕ່ລະມື້ນໍາອີກ. ສະນັ້ນທ່ານບໍ່ຕ້ອງກັງວົນທີ່ຈະຕ້ອງແບກເງິນໄປນໍາທົ່ວທີບອີກຕໍ່ໄປ(ໂດຍຢ້ານວ່າຈະອົດໃຈບໍ່ໄດ້) ຫຼື ສ່ຽງທີ່ຈະປະໄວ້ຢູ່ເຮືອນ. ທ່ານພຽງແຕ່ເປີດບັນຊີທ້ອນເງິນກັບທະນາຄານ ກໍ່ໝົດບັນຫາ.

2) ຜົນປະໂຫຍດຂອງບັນຊີ




  • ທ່ານຈະໄດ້ຮັບດອກເບ້ຍຈາກເງິນຂອງທ່ານໃນແຕ່ລະມື້, ສະສົມໃວ້ໃນບັນຊີ ຍິ່ງຝາກຫຼາຍເທົ່າໃດ ກໍ່ໄດ້ດອກເບ້ຍຫຼາຍເທົ່ານັ້ນ
  • ທ່ານສາມາດຕິດຕາມເບິ່ງເງິນທີ່ທ່ານທ້ອນເພີ່ມຂື້ນໃນແຕ່ລະມື້, ໂດຍການກວດສອບເບິ່ງຍອດເງິນ ຫຼື ຮັບໃບແຈ້ງຍອດເງິນຍາມໃດກໍ່ໄດ້ຜ່ານຕູ້ ATM ຕະຫຼອດ 24 ຊົ່ວໂມງ
  • ທ່ານສາມາດກໍາຈັດຄວາມສ່ຽງຕ່າງໆ ທີ່ກ່ຽວກັບການທີ່ຕ້ອງຮັກສາເງິນສົດຈໍານວນຫຼວງຫຼາຍ ແລະ ຄວາມຢາກທີ່ຈະໃຊ້ຈ່າຍຕ່າງໆ
  • ທ່ານສາມາດຝາກ ຫຼື ຖອນເງິນໄດ້ແຕ່ລະມື້ໄດ້ຕາມຄວາມຕ້ອງການ ໂດຍຜ່ານຕູ້ ATM 24 ຊົ່ວໂມງ ຫຼື ປ່ອງບໍລິການຂອງທະນາຄານຕາມເວລາທີ່ໃຫ້ບໍລິການ
  • ທ່ານສາມາດໂອນເງິນລະຫວ່າງບັນຊີຂອງທ່ານ ຫຼື ບັນຊີບຸກຄົນອື່ນໃນທະນາຄານພົງສະຫວັນຜ່ານຕູ້ ATM ໄດ້ຕະຫຼອດ 24 ຊົ່ວໂມງ
  • ທ່ານສາມາດທ້ອນເງິນສໍາລັບອະນາຄົດຂອງທ່ານເອງໄດ້ຢ່າງເຕັມທີ່.
  • 3) ປະເພດສະກຸນເງິນຝາກ

  • ສະກຸນເງິນກີບ, ບາດໄທ ແລະ ໂດລາສະຫະລັດອາເມລິກາ.
  • 4) ອັດຕາດອກເບ້ຍ ແລະ ການຮັບດອກເບ້ຍ

  • 4.1 ຝາກປະຫຍັດສຳລັບລູກຄ້າທົ່ວໄປ.
  • ປະເພດບັນຊີເງິນຝາກ
    ດອກເບ້ຍຕໍ່ປີ
    ກີບ
    ບາດ
    ໂດລາ
    ບັນຊີເງິນຝາກປະຫຍັດ
    1.91%
    1.50%
    1.50%
    (ປັບປຸງໃນວັນທີ 01/09/2016)

     4.2 ຝາກປະຫຍັດສຳລັບສະຖາບັນການເງິນ.
    ປະເພດບັນຊີເງິນຝາກ
    ດອກເບ້ຍຕໍ່ປີ
    ກີບ
    ບາດ
    ໂດລາ
    ບັນຊີເງິນຝາກປະຫຍັດ
    1.00%
    0.50%
    0.50%
    (ປັບປຸງໃນວັນທີ 01/09/2016)

    *ດອກເບ້ຍຈະຖືກສົ່ງເຂົ້າເຂົ້າບັນຊີຂອງທ່ານທຸກໆເຄິ່ງປີ ຄື ທ້າຍເດືອນ 06 ແລະ 12 ຂອງທຸກໆປີ.
  • ເງິນກູ້

  • ຕາຕະລາງຄ່າທຳນຽມເງິນກູ້ຂອງທະນາຄານພົງສະຫວັນ

  • ຄ່າທຳນຽມອະນຸມັດສິນເຊື່ອເງີນກູ້.

  • ສະກຸນເງີນ

    ລາຍລະອຽດ
    ຄ່າທຳນຽມອະນຸມັດ
    ຄ່າທຳນຽມຕ່ຳສຸດ

    ກີບ

     ທຸກວົງເງີນ
    1%
    ບໍ່ເກັບ
    ໂດລາ
     ບໍ່ເກີນ100,000$
    1.5%
    250,000ກີບ ຫຼືທຽບເທົ່າ
     ຫຼາຍກ່ວາ100,000$
    1.25%
    ບາດ
     ບໍ່ເກີນ3000,000THB
    1.5%
     ຫຼາຍກ່ວາ3000,000THB
    1.25%

  • ຄ່າທຳນຽມດັດແກ້ສັນຍາເງີນກູ້ເຊັ່ນ:.

  • ສະກຸນເງີນ
    ຄ່າທຳນຽມດັດແກ້ສັນຍາ
    ກີບ
    1%
    ບາດ
    1%
    ໂດລາ
    1%

    ເງິນໂອນ

  • ການໂອນເງິນພາຍໃນປະເທດ:

  • 1) ໂອນເງິນຜ່ານເຄື່ອງ ATM

  • - ສະດວກ:

  • ຜູ້ຮັບໄດ້ຮັບເງິນທັນທີ
  • ສາມາດໂອນໄດ້ສູງສຸດ 90,000,000 ກີບ/ມື້ ສໍາລັບບັດເງິນ ແລະ 99,000,000 ກີບສໍາລັບບັດຄໍາ ບໍ່ຈໍາກັດ ຈໍານວນຄັ້ງ
  • ຜູ້ໂອນໄດ້ຮັບສະລິບເກັບໄວ້ເປັນຫຼັກຖານ
  • ເປີດບໍລິການ ຕະຫຼອດ 24 ຊົ່ວໂມງ/ມື້ 7ມື້/ອາທິດ.
  • - ຂັ້ນຕອນ:
  • ນຳບັດເອທີເອັມຂອງທະນາຄານພົງສະຫວັນ ເຂົ້າໄປໃນຕູ້ເອທີເອັມຂອງທະນາຄານ
  • ກົດລະຫັດລັບຂອງທ່ານ 4 ຕົວເລກ
  • ເລືອກພາສາລາວ ຫຼື ອັງກິດ
  • ເລືອກປະເພດການບໍລິການເປັນການໂອນເງິນລະຫວ່າງບັນຊີ
  • ເລືອກບັນຊີທີ່ທ່ານຕ້ອງການໂອນເງິນອອກ
  • ໃສ່ຈຳນວນເງິນທີ່ທ່ານຕ້ອງການໂອນ
  • ໃສ່ເລກບັນຊີຂອງຜູ້ຮັບທີ່ທ່ານຈະໂອນເງິນໄປໃຫ້
  • ລໍຖ້າລະບົບປະຕິບັດການຈົນສຳເລັດ ແລະ ຮັບສະລິບການໂອນເງິນ.
  •  ຄ່າທຳນຽມ:
  • ເນື້ອ​ໃນ
    ໂອນ​ຜ່ານ
    ສະກຸນ​ເງິນ
    ຄ່າ​ທຳນຽມ
    ຄ່າຊົດເຊີຍການໃຫ້ບໍລິການຝາກ-ຖອນເງິນກັບສາຂາຕ່າງແຂວງ
    ທະນາຄານ
    ພົົງສະຫວັນ
    ກີບ 
    ບາດ
    ​ໂດ​ລາ
    * 0.02%/1 ຄັ້ງ​,ຕໍ່າ​ສຸດ 10,000 ກີບ, ສູງ​ສຸດ 1,000,000 ກີບ.
    * 0.02%/1 ຄັ້ງ​,ຕໍ່າ​ສຸດ 40 ບາດ, ສູງ​ສຸດ 4,000 ບາດ.
    * 0.02%/1 ຄັ້ງ​,ຕໍ່າ​ສຸດ 1 ​ໂດ​ລາ, ສູງ​ສຸດ 100 ​ໂດ​ລາ
  • ไม่มีความคิดเห็น:

    แสดงความคิดเห็น