ໂຄງຮ່າງ ປະຫວັດຄວາມເປັນມາ
1. ຄວາມເປັນມາຂອງກຸ່ມພົງສະຫວັນ.
ກຸ່ມບໍລິສັດພົງສະຫວັນ ເປັນກຸ່ມບໍລິສັດເອກະຊົນ ທີ່ປະສົບຜົນສໍາເລັດ ໃນວຽກງານການດໍາເນີນທຸລະກິດໃນຫຼາກຫຼາຍຂະແໜງ. ໃນໄລຍະ 30 ກວ່າປີທີ່ຜ່ານມາ, ທ່ານ ອ໋ອດ ພົງສະຫວັນ, ປະທານກຸ່ມບໍລິສັດພົງສະຫວັນ ໄດ້ປະກອບກິດຈະການຄ້າຂາຍພາຍໃນປະເທດ ເປັນຕົ້ນແມ່ນ ໄດ້ປະກອບກິດຈະການປ້ຳນ້ຳມັນ, ບໍລິສັດ ສະຫວັນຮຸ່ງເຮືອງຂາອອກ-ຂາເຂົ້າ ຈຳກັດ ເພື່ອເກັບຊື້ເຄື່ອງປ່າຂອງດົງ ແລະ ໄມ້ແປຮູບ ເພື່ອສົ່ງອອກ ແລະ ມີການນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເພື່ອສະໜອງໃຫ້ປະຊາຊົນພາຍໃນແຂວງສະຫວັນນະເຂດ. ໃນໄລຍະຕໍ່ມາຂອງຊຸມປີ 1980 ທ່ານໄດ້ເລີ່ມປະກອບກິດຈະການຂຸດຄົ້ນໄມ້, ສ້າງໂຮງເລື້ອຍຫຼາຍແຫ່ງ ແລະ ຜະລິດໄມ້ສຳເລັດຮູບ ຈຳນວນຫຼາຍສິບພັນແມັດກ້ອນຕໍ່ປີ, ມີມູນຄ່າຫຼາຍສິບລ້ານໂດລາສະຫະລັດ ເພື່ອສົ່ງອອກໄປຍັງປະເທດຕ່າງໆໃນຂົງເຂດອາຊີຕາເວັນຕົກສ່ຽງໃຕ້ ເຊັ່ນ ປະເທດໄທ, ໄຕ້ຫວັນ, ຮົງກົງ, ສິງກະໂປ, ຫວຽດນາມ, ກຳປູເຈຍ ແລະ ປະເທດອື່ນໆ.
ມາຮອດປີ 1995, ທ່ານເປັນນັກທຸລະກິດຄົນທຳອິດທີ່ໄດ້ລິເລີ່ມສ້າງຕັ້ງບໍລິສັດ ພົງສະຫວັນສະໜອງອຸປະກອນໂທລະຄົມ ຢູ່ ກຳແພງນະຄອນວຽງຈັນ ເພື່ອເປັນຕົວແທນຈຳໜ່າຍວິທະຍຸສື່ສານຍີ່ຫໍ້ Icom, Panasonic, Phillips ແລະ Motorola ຢູ່ປະເທດລາວ.
ຈາກນັ້ນ, ລະຫວ່າງປີ 1997-2001 ໄດ້ສ້າງຕັ້ງບໍລິສັດ ໄພບູນການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ບໍລິສັດ ທອງສະຫວັນຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ໂຮງແຮມພົງສະຫວັນ ແລະ ບໍລິສັດ ພົງສະຫວັນ ກໍ່ສ້າງຈຳກັດ ພາຍໃຕ້ຊື່ຂອງ ກຸ່ມບໍລິສັດ ພົງສະຫວັນ
2. ການລິເລີ່ມຂໍສ້າງຕັ້ງ ແລະ ວັນທີ່ໄດ້ຮັບການອະນຸຍາດ.
ທະນາຄານພົງສະຫວັນ ຈຳກັດ ໄດ້ຮັບໃບອະນຸຍາດສ້າງຕັ້ງເລກທີ 04\ທຫລ, ສະບັບລົງວັນທີ 27 ກຸມພາ 2007 ດ້ວຍທຶນຈົດທະບຽນ ໃນເບື້ອງຕົ້ນ ຈໍານວນ 10,000,000 ໂດລາ ສະຫະລັດ ທັງມີເງິນຄໍ້າປະກັນອີກ 2,500,000 ໂດລາສະຫະລັດ ໃວ້ທີ່ທະນາຄານກາງ ແຫ່ງ ສປປ ລາວ ຕາມກົດລະບຽບກົດຫມາຍ ແລະ ນະໂຍບາຍຂອງທະນາຄານແຫ່ງ ສປປລາວ ໄດ້ວາງອອກ. ທະນາຄານ ພົງສະຫວັນ ຈຳກັດ ເປັນທະນາຄານເອກະຊົນແຫ່ງທຳອິດ ຂອງ ສປປ ລາວ ທີ່ລົງທຶນ 100% ໄດ້ເປີດໃຫ້ບໍລິການມວນຊົນຢ່າງເປັນທງການໃນວັນທີ 29 ມີນາ 2007.
ໃນປີ 2008 ໄດ້ມີການປະກອບທຶນຈົດທະບຽນເພີ່ມຕື່ມໃຫ້ເປັນ 19,999,999 ໂດລາສະຫະລັດ.
3. ສະຖານທີ່ຕັ້ງຂອງສຳນັກງານໃຫຍ່.
ໃນເມື່ອກ່ອນ, ສຳນັກງານໃຫຍ່ຕັ້ງຢູ່ ໜ່ວຍ 09, ຖະໜົນສາມແສນໄທ, ບ້ານ ອານຸ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.
ປັດຈຸບັນ, ສຳນັກງານໃຫຍ່ຕັ້ງຢູ່ ໜ່ວຍ 01, ຖະໜົນໄກສອນ ພົມວິຫານ, ບ້ານ ພະຂາວ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.

4. ແຮງຈູງໃຈໃນການຂະຫຍາຍທຸລະກິດສູ່ທະນາຄານ.
ນອກເໜືອຈາກຄວາມຝັນແລ້ວ ທ່ານປະທານຜູ້ຖືຮຸ້ນໃຫຍ່ ຍັງມີແຮງຈູງໃຈໃນການກໍ່ຕັ້ງທະນາຄານ 2 ຢ່າງຄື
ຂໍ້ທີ່ 1. ເນື່ອງຈາກນະໂຍບາຍຂອງພັກ ແລະ ລັດຖະບານຕ້ອງການນຳພາ ສປປ ລາວ ໄປສູ່ການເປັນປະເທດອຸດສາຫະກຳ ແລະ ເຕັກໂນໂລຢີ ໂດຍການເປີດກວ້າງໃຫ້ນັກລົງທຶນຈາກຕ່າງ ປະເທດເຂົ້າມາລົງທຶນໃນລາວ ເຊິ່ງສະຖາບັນການເງິນມີສ່ວນສຳຄັນ ໃນການສະໜັບສະໜູນ ແນວຄິດດັ່ງກ່າວໃຫ້ປະສົບຜົນສຳເລັດ.
ຂໍ້ທີ່ 2. ທ່ານມີໂອກາດເດີນທາງໄປເຮັດທຸລະກິດຕິດຕໍ່ກັບຕ່າງປະເທດເລື້ອຍໆ ແລະ ສັງເກດເຫັນຄວາມທັນສະໄໝຂອງສະຖາບັນການເງິນໃນຫຼາຍປະເທດ ຈຶ່ງຕ້ອງການພັດທະນາສະຖາບັນການເງິນຂອງ ສປປ ລາວ ໃຫ້ມີຄວາມກ້າວໜ້າຄືກັນກັບທະນາຄານອື່ນໆ ເຊັ່ນ ມີຜະລິດຕະພັນທາງການເງິນທີ່ຫຼາກຫຼາຍ.
5. ເປົ້າໝາຍ ແລະ ຈຸດປະສົງຂອງການສ້າງຕັ້ງທະນາຄານ.

ວັດຖຸປະສົງຕົ້ນຕໍໃນການສ້າງຕັ້ງ ທະນາຄານ ພົງສະຫວັນ ຈໍາກັດ ແມ່ນເພື່ອປະກອບສ່ວນທາງດ້ານທຶນຮອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມແນວທາງນະໂຍບາຍຂອງ ພັກ-ລັດຖະບານວາງອອກ ແລະ ສ້າງໃຫ້ມີລະບົບການບໍລິການດ້ານການເງິນ - ການທະນາຄານ ທີ່ມີຄວາມຫຼາກຫຼາຍໃນດ້ານການບໍລິການ ເຮັດໃຫ້ຄົນລາວໄດ້ຮັບຜົນປະໂຫຍດສູງສຸດຈາກ ການບໍລິການດັ່ງກ່າວ.
6. ວິໄສທັດ ແລະ ພາລະກິດ.
ວິໄສທັດ.
“ທະນາຄານທາງເລືອກອັນດັບໜຶ່ງໃນ ສປປ ລາວ ແລະ ກ້າວສູ່ສາກົນ ພາຍໃນປີ 2015”
ພາລະກິດ.
ບໍລິການສິນເຊື່ອໃນຮູບແບບຕ່າງໆ ເຊັ່ນ: ເງິນກູ້ສົ່ງເສີມເສດຖະກິດ ຂະໜາດໃຫຍ່, ກາງ,ນ້ອຍ ແລະ ເງິນກູ້ສ່ວນບຸກຄົນ
ບໍລິການບັດເອທີເອັມ, ບັດເຄຼດິດວີຊາ ແລະ ມັດສະເຕີ
ບໍລິການເງິນຝາກທີ່ມີຫຼາຍຮູບຫຼາຍສີ ເຊັ່ນ: ຝາກສ່ວນບຸກຄົນ, ເງິນຝາກກະແສລາຍວັນ, ຝາກປະຢັດ, ຝາກປະຈໍາທັງໄລຍະສັ້ນ ແລະ ໄລຍະຍາວ ແລະ ອື່ນໆ
ບໍລິການທຸລະກິດຕ່າງປະເທດ ເຊັ່ນ: ການອອກໜັງສືຄ້ໍາປະກັນ ແລະ ໜັງສືສິນເຊື່ອເປັນຕົ້ນ ບໍລິການໂອນເງິນຜ່ານລະບົບເອເລັກໂຕຣນິກ ທັງພາຍໃນ ແລະ ຕ່າງປະເທດ, ບໍລິການໂອນ ເງິນດ່ວນຜ່ານລະບົບເຄືອຂ່າຍ ຂອງ Western Union
ບໍລິການແລກປ່ຽນເງິນຕາຕ່າງປະເທດ
ບໍລິການ ຖອນ ເງິນຜ່ານຕູ້ ATM.
ไม่มีความคิดเห็น:
แสดงความคิดเห็น